ເວັບບອດສາທາລະນະ ຖາມ-ຕອບ ກ່ຽວກັບໄຟຟ້າ
Members Login
Username
Password
Login
Remember Me
New Member
Lost Account Info?
Home
List All Users
Search
Search
Advanced Search
User Details
Calendar
ເວັບບອດສາທາລະນະ ຖາມ-ຕອບ ກ່ຽວກັບໄຟຟ້າ
->
My ActiveBoard
->
ໄຟຟ້າດັບ... ໂທແຈ້ງແລ້ວ ບໍ່ຍອມຮັບໂທລະສັບ
Start A New Topic
Reply
Post Info
TOPIC: ໄຟຟ້າດັບ... ໂທແຈ້ງແລ້ວ ບໍ່ຍອມຮັບໂທລະສັບ
ACSR
Member
Status: Offline
Posts: 5
Date:
May 23, 2008
ໄຟຟ້າດັບ... ໂທແຈ້ງແລ້ວ ບໍ່ຍອມຮັບໂທລະສັບ
Permalink
Reply
Quote
ໄຟຟ້າດັບ...
ເພື່ອນຜູ້ອ່ານຂາປະຈຳຈາກບ້ານສະພັງເມິກ ເມືອງໄຊທານີ ນະຄອນຫລວງວຽງຈັນເຮົານີ້ເອງ ຂຽນ ຈ.ມ ຜ່ານແຟັກ ເຂົ້າມາຄໍລຳໃນວັນທີ 8/4/2008 ແຕ່ມາເຖິງມືຜູ້ຮັບຜິດຊອບຄໍລຳ ກໍປີໃໝ່ລາວຜ່ານພົ້ນໄປ... ຂໍໂທດເນີ! ທີ່ຕອບຊ້າ!ຄິດວ່າຄົງບໍ່ໃຈນ້ອຍນໍ?.
ເນື້ອໃນ ຈ.ມ ເພິ່ນສ່ອງແສງເລື່ອງຂອດບໍລິການຂອງໄຟຟ້າລາວ ເຊິ່ງມີດັ່ງນີ້:
ເວົ້າເລື່ອງຂອດບໍລິການຂອງບໍລິສັດໄຟຟ້າເຂດ II ຢູ່ບ້ານດອນຫນູນ ເປັນໜ່ວຍບໍລິການພາຍໃນຂອບເຂດຂອງເມືອງໄຊທານີ ເລື່ອງທີ່ເຮົາຈະເວົ້າມີຢູ່ວ່າ:
ເບີໂທລະສັບເພິ່ນມີໄວ້ສຳລັບຮັບແຈ້ງຄວາມໄຟຟ້າຕິດຂັດ ຫຼື ເກີດອຸບັດເຫດຕ່າງໆ ຂ້າພະເຈົ້າໄດ້ໂທແຈ້ງເຂົ້າໄປສູນບໍ ລິການໄຟຟ້າເຂດ II ຕາມເບີທີ່ລະບຸໄວ້ຢູ່ໃບບິນເກັບເງິນຄ່າໄຟຟ້າ.
ຕົກມາໃນວັນທີ 7/4/2008 ເວລາ 19:30 ໂມງ ກໍເກີດມີໄຟຟ້າດັບຢູ່ເຂດບ້ານສະພັງເມິກ ບາງຫລັງຄາເຮືອນກໍມີໄຟຟ້າຮຸ່ງ ແລະ ບາງຫລັງຄາກໍດັບ ສາເຫດຍ້ອນຟິວມັນຂາດ ຕົກມາຮອດຕອນເວລາ 20:30 ໂມງ ຂ້າພະເຈົ້າໄດ້ໂທແຈ້ງສູນປະກົດວ່າບໍ່ມີຜູ້ຮັບໂທລະສັບ ອີກປະມານ 21:00 ໂມງ ໂທໄປຍັງບໍ່ມີຄົນຮັບສາຍ ຂ້າພະເຈົ້າຄິດວ່າໂທລະສັບເພບໍ! ຈຶ່ງຕັດສິນໃຈຂີ່ລົດອອກໄປຫາຫນ່ວຍງານທີ່ເພິ່ນຈັດເວນຍາມເວລາໄຟຟ້າຕິດຂັດ ພໍຂ້າພະເຈົ້າໄປຮອດກໍປະກົດເຫັນພະນັກງານຈຳນວນຫນຶ່ງຕີບູນຢູ່ ຈາກນັ້ນໄດ້ຍ່າງໄປປະຕູຊ່ອງເບິ່ງ ເຫັນ 3 ຄົນນອນຢູ່ ແຕ່ບໍ່ທັນຫຼັບ ຂ້າພະເຈົ້າຈຶ່ງລອງກົດໂທລະສັບອີກ ວ່າມັນມີສຽງດັງຫລືບໍ ກໍປະກົດວ່າໂທລະສັບດັງຢູ່ ແຕ່ບໍ່ມີຄົນຮັບ ແນມເບິ່ງຄົນທີ່ຢູ່ໃນຫ້ອງນັ້ນກໍເສີຍຢູ່ ຂ້າພະເຈົ້າກໍເລີຍເຂົ້າໄປຂໍຄວາມຊ່ວຍເຫລືອໃຫ້ໄປແກ້ໄຂ ຈາກນັ້ນຈົນເຖິງເວລາ 7:00 ໂມງເຊົ້າຂອງວັນທີ 8/4/2008 ກໍຍັງບໍ່ໄດ້ຮັບການແກ້ໄຂ.
ດັ່ງນັ້ນ ຂໍຝາກເຖິງພາກສ່ວນທີ່ຮັບຜິດຊອບໃຫ້ປັບປຸງຂອດບໍລິການນີ້ ເພື່ອບໍ່ໃຫ້ເປັນຄືທີ່ຜ່ານມາ ຫວັງວ່າຈະໃຫ້ຄວາມຮ່ວມມືໃນຕໍ່ໆໄປ.
ຈາກ: ປະຊາຊົນ
ໃນຖານະເປັນສື່ກາງ ພວກເຮົາ (ນສພ ວຽງຈັນໃຫມ່) ກໍໄດ້ຕິດຕໍ່ໄປຫາເລຂານຸ ການ ປະຊາສຳພັນຂອງໄຟຟ້ານະຄອນຫລວງ ໃນວັນທີ 23/4/2008 ເຊິ່ງເພິ່ນໃຫ້ຮູ້ວ່າ: ເຫດການໃນຄັ້ງນັ້ນກໍມີຜູ້ແຈ້ງເຂົ້າມາເຊັ່ນກັນ ເນື້ອໃນຄືກັນກັບ ຈ.ມ ທຸກຢ່າງ ແລະ
ກໍແມ່ນມື້ດຽວກັນ ເພິ່ນໄດ້ນຳສະເຫນີຕາມສາຍການຈັດຕັ້ງ ເຊິ່ງໃນມື້ວັນທີ 8/4/2008 ນັ້ນໄດ້ແກ້ໄຂບັນຫາໄຟຟ້າຢູ່ເຂດ ບ້ານສະພັງເມິກ ຮຽບຮ້ອຍທຸກປະການ ສ່ວນວ່າການບໍລິການຊັກຊ້ານັ້ນກໍຍ້ອນວ່າ ມື້ນັ້ນມີຟ້າລົມຈຶ່ງເກີດມີເຫດການ ໄຟຟ້າດັບຢູ່ຫລາຍບ່ອນ... ພະນັກງານຈຶ່ງໄປບໍ່ທັນກັບຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນຜູ້ຊົມໃຊ້ ສຳລັບພະນັກງານນັ້ນ ທາງໄຟຟ້ານະຄອນຫລວງກໍໄດ້ສ່ອງແສງ ແລະ ຕຳຫນິສົ່ງຂ່າວໄປເຂດ II ເຊິ່ງພວກເພິ່ນໄດ້ສຳຫລວດກວດ
ກາ ແລະ ຕຳຫນິສົ່ງຂ່າວກັນ ແນໃສ່ເພື່ອເຮັດໃຫ້ການບໍລິການດີຂຶ້ນ.
ພ້ອມກັນນັ້ນ ເພິ່ນກໍມອບຫມາຍໃຫ້ຄໍລຳພວກເຮົາ ໃນຖານະເປັນສື່ກາງຊ່ວຍຕອບ ແລະ ເວົ້າຕາມຄວາມເປັນຈິງຄືດັ່ງປະຊາຊົນສ່ອງແສງ ແລະ ພວກເພິ່ນແຈ້ງໃຫ້ຮູ້.
ຄືເວົ້າໃນຫລາຍເທື່ອນໍ? ຄໍລຳຂອງພວກເຮົາເປັນເວທີຂອງມະຫາຊົນ ມີການຕັ້ງບັນຫາຖາມ ແລະ ຕອບ ເປັນການແລກປ່ຽນບົດຮຽນ ແລະ ພ້ອມກັນຊອກທາງອອກ ເພື່ອໃຫ້ທຸກບັນຫາໄດ້ຮັບການປັບປຸງໃຫ້ດີຂຶ້ນ.
http://www.vientianemai.net/news.php?TopicID=3&NewsID=2392
__________________
Anonymous
Date:
May 23, 2008
Permalink
Reply
Quote
ລອງ
__________________
mewspxhlxl
Date:
Mar 28, 2011
FihkliDTtsQ
Permalink
Reply
Quote
z0VAXR
xbgckphzlwfm
,
ncprayqipoak
, [link=http://xfeqlkrsfbwl.com/]xfeqlkrsfbwl[/link], http://ccjwqqpbnyxj.com/
__________________
Page 1 of 1
sorted by
Oldest First
Newest First
Quick Reply
Please log in to post quick replies.
ເວັບບອດສາທາລະນະ ຖາມ-ຕອບ ກ່ຽວກັບໄຟຟ້າ
->
My ActiveBoard
->
ໄຟຟ້າດັບ... ໂທແຈ້ງແລ້ວ ບໍ່ຍອມຮັບໂທລະສັບ
Subscribe
Create your own FREE Forum
Report Abuse