ຄຳຖາມໄດ້ມາຈາກ
http://forum.pnomsin.com/index.php?topic=476.0 ຂຽນໂດຍ spicy
ຖາມວ່າ:
ທ່ານວິຊາການໄຟ້ຟ້າ, ຂ້າພະເຈ້າເອງ ເປັນຄົນທີ່ມັກ ຕໍ່ໄຟຟ້າໃນຄົວເຮືອນເອງ ບໍ່ໄດ້ຮຽນມາແຕ່ໃສ່ເປັນພິເສດ ກໍ່ອາໃສ່ຖາມຜູ້ນ້ນຜູ້ນີ້ເລື້ອຍໄປ ຕົວຢ່າງ ຂພຈ ຈະຕໍ່ ດອກໄຟ ເພື່ອນກໍ່ແນະນຳວ່າ ໃຊ້ ສາຍ ຂະຫນາດ 2 ຄູນ 1.5 ເດີ້
ພໍ່ແຕ່ ຂພຈ ຕໍ່ໄປຮອດບ່ອນດອກໄຟ 40 ວັດ ຮູ້ສຶກສາຍທີ່ຕິດຢູ່ກັບ ດອກໄຟ ຮູ້ສຶກວ່ານ້ອຍເຫຼືອເກີນ ບໍ່ຮູ້ແມ່ນທໍ່ໃດ ແຕ່ວ່ານ້ອຍຫລາຍ
ຂ້ອຍຢາກຖາມວ່າ ຈຳເປັນບໍທີ່ຕ້ອງໃຊ້ສາຍ 1.5
ເຮົາໃຊ້ເພື່ອຄວາມງາຍຊື່ໆ ບໍ?
ກລນ ຕອບດ້ວຍ
ຄຳຕອບ:
ລະວັງເດີ້ທ່ານ
ການເຮັດວຽກໂດຍຂາດຄວາມຮູ້ດ້ານຫລັກວິຊາການ ມັນມີຜົນເສຍ
ຂ້ອຍເອງກໍ່ບໍ່ເຄີຍຮຽນໃນຮຮ ເພາະໃນຫລັກສູດມັນບໍ່ເວົ້າເຖິງການຕໍ່ດອກໄຟ
ອາໄສມາຮຽນຕອນໄປເຮັດການຢູ່ໄຟຟ້າ ແລະ ເຄີຍຫາເງິນດ້ວຍການເດີນໄຟໃນເຮືອນ
ກ່ຽວກັບຂະຫນາດສາຍນັ້ນ ຫມູ່ຄູ່ຜູ້ເຮັດວຽກການເດີນສາຍໄຟນຳກັນ ສອນວ່າ
ສາຍດອກໄຟ ໃຫ້ໃສ່ 2x1 mm2
ສາຍພັດລົມ ໃຫ້ໃສ່ 2x1.5 mm2
ສາຍປັກສຽບ ໃຫ້ໃສ່ 2x2.5 mm2
ສອນກັນປາກເປົ່າ ບໍ່ເຫັນເອກະສານ ບໍ່ຮູ້ວ່າເປັນລະບຽບຫລືມາດຕະຖານເຕັກນິກ ແຕ່ຖ້າບໍ່ເຮັດຕາມນັ້ນ ຜູ້ກວດກາຈະບໍ່ຜ່ານໃຫ້
ສຳລັບດ້ານວິຊາການແລ້ວ ສາຍທີ່ເດີນໄປໄກ ຍິ່ງໄກ ຍິ່ງມີການຕົກເຮ່ຍຂອງແຮງດັນໄຟຫລາຍ ດັ່ງນັ້ນ ຈຶ່ງຕ້ອງໃສ່ສາຍໃຫຍ່ ກວ່າທີ່ຕ້ອງການໃຊ້ຈິງ
ຈຸດທີ່ດອກໄຟ 40 ວັດໃຊ້ ນັ້ນແມ່ນເພິ່ນຄິດໄລ່ ເອົາຕາມກຳລັງວັດ ມັນຈຶ່ງເປັນສາຍນ້ອຍ
ຖ້າເອົາສາຍນ້ອຍໄປເດີນສາຍກໍ່ໄດ້ ແຕ່ມີບັນຫາ ດ້ານແຮງດຶງ ດ້ານອື່ນໆ ມັນຂາດງ່າຍ
ສຳລັບດອກໄຟ ເດີນດ້ວຍການຕີກິບ ສາຍດອກໄຟ ໃຫ້ໃສ່ 2x1 mm2 ແມ່ນເຫມາະສົມ
__________________