ຕອນແລງເວລາປະມານ 16:30 ໂມງຂອງວັນທີ7ທັນວາ2006ນີ້ ໄດ້ເກີດເຫດຮ້າຍແບບບໍ່ຂາດຝັນຂື້ນທີ່ 4 ແຍກໄຟແດງຂົວຫລວງ, ເມືອງຈັນທະບູລີ ຄືມີແມ່ຍິງອາຍຸປະມານ 16-17 ປີ ໄດ້ປິນຂື້ນເສົາໄຟຟ້າຫວັງຈະຂ້າຕົວຕາຍ ຍ້ອນມີບັນຫາຢູ່ໃນຄອບຄົວ ແຕ່ຖືກເຈົ້າຫນ້າທີ່ພ້ອມດ້ວຍປະຊາຊົນຊ່ວຍເອົາໄວ້ໄດ້ ແຕ່ກໍຖືກໄຟຟ້າຊອດບາດເຈັບສາຫັດ ກ່ອນຈະສົ່ງໄປຮັບການປິ່ນປົວຢູ່ໂຮງໝໍ.
ພໍ່ແມ່ເປັນແບບຢ່າງທີ່ດີ ແຕ່ການສ້າງຄວາມເຂົ້າໃຈໃນຄອບຄົວລູກເຕົ້າ ມັນເປັນການຍາກບໍ່? ຫລື ທ່ານສະມາຊິກທັງຫລາຍມີຄວາມເຫັນແນວຕໍ່ບັນຫາດັ່ງກ່າວ ທີ່ເກີດຂື້ນໃນສັງຄົມລາວເຮົາ? ຕາມການເວົ້າກັນວ່າ: ພຽງແຕ່ລູກເຮັດມືຖືເສຍ ກໍ່ເປັນສາເຫດເຮັດໃຫ້ເກີດເປັນເລື່ອງໃຫຍ່ ເຖິງຂັ້ນລູກຕ້ອງຫວັງຂ້າຕົວຕາຍ ວ່າຊັ້ນ! ສະນັ້ນ, ພໍ່ແມ່ບໍ່ຄວນຖືເອົາວັດຖຸເປັນພະເຈົ້າ ຄວນໃຊ້ຈິດມະໂນທຳ ສ້າງຄວາມເຂົ້າໃຈ ຄ່ອຍເວົ້າຄ່ອຍວ່າ ແລະ ໃຫ້ໂອກາດເຂົາໃນການກັບຕົວກັບໃຈ ບໍ່ຄວນໃຊ້ອາລົມ ຫລື ຄວາມຮຸນແຮງ ຫລື ທ່ານວ່າແນວໃດຊ່ວຍໃຫ້ຄວາມຄິດເຫັນ ເພື່ອເປັນອຸທາຫອນສັ່ງໃຈໃຫ້ແກ່ຄອບຄົວອື່ນໆ ຫລື ຂອງທ່ານເອງ
http://www.mahasan.com/webboard/showQAnswer.asp?qNo=1339&nickname=4D4F4E50